ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center

ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center The Hands of Hope Center in Laos empowers deaf individuals through education, sign language, and vocational training.

Founded in 2016, it offers skills, support, and hope—believing deaf people can thrive and succeed just like anyone else. The Hands of Hope Center is a vocational training and education center for the deaf in Laos. Founded with a strong vision to uplift and empower deaf individuals, HOH provides education, life skills, and job training for children, youth, and adults who are deaf. Since its establi

shment in 2016, the center has grown into a safe and supportive community where deaf people can learn, express themselves, and develop their talents. The center offers classes in Lao Sign Language, reading and writing, computer skills, and various vocational training programs. HOH also works to raise awareness about deaf culture and advocate for the rights of people with disabilities. The center organizes events, workshops, and campaigns to promote inclusion, reduce discrimination, and build a more understanding society. At the heart of the Hands of Hope Center is a commitment to equality, dignity, and opportunity—believing that deaf people can do anything, except hear.

🌟 09.09.2025 — ວັນສຳຄັນຂອງຊຸມຊົນຄົນຫູໜວກໃນລາວ 🌟ໃນວັນທີ 9 ກັນຍາ 2025 ທີ່ຜ່ານມາ ສູນຝຶກວິຊາຊີບຄົນຫູຫນວກ ມືແຫ່ງຄວາມຫວັງ ໄດ້ມ...
10/09/2025

🌟 09.09.2025 — ວັນສຳຄັນຂອງຊຸມຊົນຄົນຫູໜວກໃນລາວ 🌟
ໃນວັນທີ 9 ກັນຍາ 2025 ທີ່ຜ່ານມາ ສູນຝຶກວິຊາຊີບຄົນຫູຫນວກ ມືແຫ່ງຄວາມຫວັງ ໄດ້ມີການເປີດສູນຢ່າງເປັນທາງການ ເຊິ່ງເປັນສູນຝຶກອາຊີບຄົນຫູໜວກແຫ່ງທໍາອິດໃນປະເທດລາວ. 🎉💙
ງານນີ້ໄດ້ຮັບກຽດຈາກ ທ່ານເຈົ້າເມືອງ ເມືອງໄຊທານີ, ທ່ານນາຍບ້ານ ບ້ານຫນອງບົວ, ແລະ ຮອງຜູ້ອຳນວຍການ ຈາກ ສະຖາບັນພັດທະນາອາຊີວະສຶກສາ (VEDI) ກະຊວງສຶກສາ ແລະກິລາ. ພ້ອມດ້ວຍການມາມີສ່ວນຮ່ວມຂອງ ສະມາຄົມຄົນຫູໜວກລາວ, ສູນບໍລິການຄົນພິການ, ສະມາຄົມຄົນພິການແຫ່ງຊາດ, ສູນຝຶກອາຊີບຄົນຕາບອດ, ໂຮງຮຽນ ປະຖົມ ມືແຫ່ງຄວາມຫວັງ ສໍາລັບຄົນຫູໜວກ, ແລະອົງການຕ່າງໆ. ການມາມີສ່ວນຮ່ວມຂອງທຸກທ່ານເຮັດໃຫ້ວັນນີ້ເປັນວັນທີ່ມີຄວາມໝາຍຢ່າງແທ້ຈິງ ແລະເປັນປະຫວັດສາດຂອງຊຸມຊົນຄົນຫູໜວກໃນລາວ. 🙌
ສູນແຫ່ງນີ້ບໍ່ແມ່ນເປັນພຽງແຕ່ອາຄານເທົ່ານັ້ນ ແຕ່ເປັນສະຖານທີ່ແຫ່ງ ຄວາມຫວັງ, ຄວາມຮູ້, ແລະໃຫ້ໂອກາດ. ໃນທີ່ນີ້ ຄົນຫູໜວກຈະໄດ້ຮຽນຮູ້ທັກສະອາຊີບ, ເພີ່ມຄວາມຫມັ້ນໃຈ ແລະສ້າງອະນາຄົດທີ່ເຕັມໄປດ້ວຍຄວາມພູມໃຈ ແລະມີຊີວິດທີເຕັມໄປດ້ວຍຄວາມສຳເລັດ. 🌱✨
💙 ຖ້າຄອບຄົວຂອງທ່ານມີສະມາຊິກທີ່ເປັນຄົນຫູໜວກ ທ່ານສາມາດສົ່ງລູູກຫລານຂອງທ່ານເຂົ້າມາຫາພວກເຮົາໄດ້. ເພື່ອໃຫ້ພວກເຂົາໄດ້ຄົ້ນພົບຄວາມສາມາດຂອງຕົນເອງ ແລະຮຽນຮູ້ທັກສະທີ່ຈະນຳໄປສູ່ອະນາຄົດທີ່ດີກວ່າ.
ມາຮ່ວມກັນສະແດງໃຫ້ໂລກນີ້ເຫັນວ່າ ຄົນຫູໜວກໃນລາວກໍມີຄວາມສາມາດ, ມີອະນາຄົດທີ່ດີແລະສາມາດມີສ່ວນຮ່ວມກັບສັງຄົມໄດ້ຢ່າງເຕັມສ່ວນ. 💪💙

🌟 09.09.2025 — A Historic Day for the Deaf in Laos 🌟
On September 9, 2025, we celebrated the Grand Opening of the Hands of Hope Vocational Training Center for the Deaf — the very first center of its kind in Laos. 🎉💙
The event was honored by the presence of the Head of Xaythany District, the head of our village, and representatives from the Vocational Education Development Institute (VEDI), Ministry of Education and Sports. We were also joined by the Association for the Deaf, the Disability Service Center, the Lao Disabled People’s Association, the Blind Vocational Training Center, the Hands of Hope School for the Deaf, as well as many NGOs and organizations. Their presence and support made this day truly meaningful and historic for the Deaf community in Laos. 🙌
This center is not just a building — it is a place of hope, knowledge, and opportunity. Here, deaf people will learn skills for their livelihood, gain confidence, and prepare for a future filled with dignity and independence. 🌱✨
💙 If your family has deaf members, please send them to us. Let them discover their potential, learn valuable skills, and build a brighter future.
Together, let us show the world that deaf people in Laos have ability, a future, and a place in society. 💪💙

English below 🌟 ອັບເດດເດືອນກໍລະກົດ ຈາກສູນຝຶກອົບຮົມວິຊາຊີບ ມືແຫ່ງຄວາມຫວັງ🌟ເດືອນນີ້ເປັນເດືອນທີ່ພິເສດຫຼາຍສຳລັບພວກເຮົາທຸກຄົນ...
05/08/2025

English below

🌟 ອັບເດດເດືອນກໍລະກົດ ຈາກສູນຝຶກອົບຮົມວິຊາຊີບ ມືແຫ່ງຄວາມຫວັງ🌟

ເດືອນນີ້ເປັນເດືອນທີ່ພິເສດຫຼາຍສຳລັບພວກເຮົາທຸກຄົນ.

ນັບແຕ່ມື້ທີ່ພວກເຮົາໄດ້ເປີດສູນ, ພວກເຮົາໄດ້ເຫັນຄົນຫູໜວກຫລາຍຄົນທີ່ບໍ່ສາມາດ ອ່ານ, ຂຽນ, ຫລື ສື່ສານພາສາມືໄດ້. ເຂົາເຈົ້າບໍ່ສາມາດສື່ສານກັບຄົນອື່ນ ແລະການໃຊ້ຊີວິດແມ່ນຍາກຫຼາຍສຳລັບເຂົາເຈົ້າ.

ແຕ່ດຽວນີ້, ຫຼັງຈາກຜ່ານໄປສອງສາມເດືອນ, ທຸກສິ່ງທຸກຢ່າງກໍ່ເລີ່ມມີປ່ຽນແປງ. 💙

✨ ພວກເຂົາໄດ້ຮຽນຮູ້ພາສາມື.
✨ ສາມາດອ່ານ ແລະ ຂຽນ ພາສາລາວໄດ້.
✨ ພວກເຂົາສາມາດສື່ສານ ແລະມີຄວາມກ້າສະແດງອອກ.

ໃນເດືອນກໍລະກົດ, ນັກສຶກສາຂອງພວກເຮົາຍັງໄດ້ຮຽນຮູ້:
💻 ທັກສະຄອມພິວເຕີ ແລະ ໄອທີ
📘 ການອ່ານ ແລະ ຂຽນພາສາລາວ
🧏‍♀️ ພາສາມືພື້ນຖານ
🌱 ປູກຝັງ, ເຮັດສວນ ແລະ ຫັດຖະກຳທີ່ເຮັດດ້ວຍມື

ພວກເຮົາພູມໃຈຫຼາຍທີ່ເຫັນການພັດທະນາຂອງນັກຮຽນ ແລະພວກເຮົາຮູ້ວ່າ ພວກເຂົາຈະກ້າວໄປໄດ້ໄກກວ່ານີ້ຕື່ມອີກ.

💖ຂອບໃຈທຸກການສະໜັບສະໜູນຂອງທ່ານ
🙏ແລະພິເສດຂໍຂອບໃຈທ່ານຄູສອນທີ່ພິເສດ - ສໍາລັບຄວາມອົດທົນ ແລະຄວາມຮັກຂອງຄູຕະຫຼອດເດືອນກໍລະກົດນີ້.

ສູນຂອງພວກເຮົາຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງພວກເຮົາເພື່ອສະໜັບສະໜູນຄົນຫູໜວກໃນປະເທດລາວ—ເພື່ອໃຫ້ເຂົາເຈົ້າສາມາດດຳລົງຊີວິດດ້ວຍຄວາມສາມາດ, ຄວາມໝັ້ນໃຈ, ແລະ ຄວາມຫວັງ. 🌈

🌟 July Update from Hands of Hope Vocational Training Center 🌟

This month has been so special for all of us.

Since the day we opened the center, we have seen many deaf people come with no ability to read, write, or sign. They couldn’t communicate with others. Life was very hard for them.

But now, after just a few months, everything is starting to change. 💙

✨ They are learning sign language.
✨ They can read and write in Lao.
✨ They can communicate and express themselves.

This is a big step. Step by step, they are improving. Step by step, they are building a better future. 🙏

In July, our students also learned:
💻 Basic computer and IT skills
📘 Lao reading and writing
🧏‍♀️ Basic sign language
🌱 Farming, gardening, and handmade crafts

We are very proud of how far they have come. And we know they will go even further.

💖 Thank you to all the kind people who support us. Your love helps make this possible.
🙏 And thank you to our amazing teachers—for your patience and love throughout the month of July.

We will continue to do our best to support deaf people in Laos—so they can live with skills, confidence, and hope. 🌈

✨✂️💄 ປະສົບການໃໝ່ ທັກສະໃໝ່! 💄✂️✨ວັນທີ 25 ມິຖຸນາ ທີ່ຜ່ານມາ, ສູນຝຶກອົບຮົມວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ເຕັມໄປດ້ວຍຄວາມສຸກ ເ...
01/07/2025

✨✂️💄 ປະສົບການໃໝ່ ທັກສະໃໝ່! 💄✂️✨
ວັນທີ 25 ມິຖຸນາ ທີ່ຜ່ານມາ, ສູນຝຶກອົບຮົມວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ ເຕັມໄປດ້ວຍຄວາມສຸກ ເນື່ອງຈາກນັກຮຽນຂອງພວກເຮົາໄດ້ມີໂອກາດຮຽນຮູ້ປະສົບການໃໝ່ ກ່ຽວກັບການຕັດຜົມ ແລະ ການແຕ່ງໜ້າ.
ສໍາລັບນັກຮຽນຂອງພວກເຮົາ ນີ້ກໍແມ່ນຄັ້ງທໍາອິດຂອງເຂົາເຈົ້າທີ່ໄດ້ຮຽນຮູ້ທັກສະເຫຼົ່ານີ້. ເຂົາເຈົ້າຕື່ນເຕັ້ນທີ່ຈະລອງຕັດຜົມ, ເຮັດຊົງຜົມ, ແລະຝຶກເຕັກນິກການແຕ່ງໜ້າຂັ້ນພື້ນຖານ. ທັກສະເຫຼົ່ານີ້ບໍ່ພຽງແຕ່ຈະສ້າງຄວາມຫມັ້ນໃຈຂອງເຂົາເຈົ້າ, ແຕ່ຍັງເປີດໂອກາດໃນການເຮັດວຽກໃຫມ່ໃນອະນາຄົດ.
🙏💛 ສູນພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງທຸກໆທ່ານທີ່ເຮັດໃຫ້ກິດຈະກຳດັ່ງກ່າວເກີດຂຶ້ນ ແລະ ສະໜັບສະໜູນສູນຝຶກອົບຮົມວິຊາຊີບຂອງພວກເຮົາ. ກໍຍ້ອນນ້ຳໃຈ ແລະ ການສະໜັບສະໜູນຂອງທ່ານ, ນັກຮຽນຫູໜວກຂອງພວກເຮົາຈຶ່ງສາມາດສືບຕໍ່ຮຽນຮູ້, ເຕີບໃຫຍ່, ແລະ ກຽມພ້ອມສຳລັບອະນາຄົດທີ່ດີກວ່າ.
📸✨ ນີ້ແມ່ນຮູບພາບບາງຕອນຈາກການຮຽນ!

✨✂️💄 New Experiences, New Skills! 💄✂️✨
On June 25, the Hands of Hope Vocational Training Center for the Deaf was filled with happiness as our students got the opportunity to explore new experiences in learning about hair cutting and makeup.
For many of our students, this was their first time learning these skills. They were excited to try hair cutting, styling, and practicing basic makeup techniques. These skills will not only build their confidence but also open up new career opportunities in the future.
🙏💛 We would like to say a big thank you to everyone who made this activity possible and supported our vocational training center. Because of your kindness and support, our deaf students can continue to learn, grow, and prepare for a better future.
📸✨ Here are some moments from the training day!

29/05/2025

English below👇

🌟ຂ່າວດີຈາກ ສູນມືແຫ່ງຄວາມຫວັງ! 🌟
ໃນປີ 2016 ພວກເຮົາເລີ່ມກໍ່ຕັ້ງ " ສູນການສຶກສາເພື່ອຜູ້ບົກຜ່ອງທາງການໄດ້ຍິນ ມືແຫ່ງຄວາມຫວັງ " ເພື່ອຊ່ວຍເຫຼືອຄົນຫູໜວກໃນສັງຄົມ. ຕະຫຼອດຫຼາຍປີທີ່ຜ່ານມາ ພວກເຮົາໄດ້ເຕີບໃຫຍ່ ແລະສ້າງຜົນງານໄດ້ຫຼາຍຢ່າງ. ໃນປີ2024 ທີ່ຜ່ານມານີ້ ພວກເຮົາໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງໂດຍການເປີດໂຮງຮຽນເອກະຊົນແຫ່ງທຳອິດສຳລັບຄົນຫູໜວກ ເພື່ອສະໜອງການສຶກສາວິຊາສະເພາະທີ່ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ. 🎓
ແລະປະຈຸບັນນີ້ ພວກເຮົາມີຄວາມຕື່ນເຕັ້ນທີ່ຈະປະກາດໃຫ້ທຸກຄົນຮູ້ວ່າ ຕອນນີ້ສູນຂອງພວກເຮົາຈະໄດ້ມີການຫັນປ່ຽນໄປສູ່ສູນຝຶກອົບຮົມວິຊາຊີບສໍາລັບຄົນຫູໜວກໃນລາວ
✨ "ສູນຝຶກອົບຮົມວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ " ✨
ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງພາລະກິດທີ່ຂະຫຍາຍອອກຂອງພວກເຮົາໃນການສະໜອງທັງການສຶກສາທີ່ມີຄຸນນະພາບ ແລະ ທັກສະວິຊາຊີບທີ່ຈຳເປັນ, ສ້າງຄວາມເຂັ້ມແຂງໃຫ້ຄົນຫູໜວກເພື່ອອະນາຄົດທີ່ສົດໃສ. 🙌
ພວກເຮົາສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກໆຄົນທີ່ໄດ້ສະຫນັບສະຫນູນພວກເຮົາໂດຍຕະຫຼອດມາ. ການໃຫ້ກຳລັງໃຈ ແລະ ການມີສ່ວນຮ່ວມຂອງທ່ານແມ່ນສໍາຄັນຕໍ່ການກ້າວໄປຂ້າງໜ້າຂອງພວກເຮົາ. ໃນຂະນະທີ່ພວກເຮົາສືບຕໍ່ດໍາເນີນການໂຮງຮຽນມືແຫ່ງຄວາມຫວັງສໍາລັບຄົນຫູຫນວກ ແລະ ຂະຫຍາຍໂຄງການຝຶກອົບຮົມວິຊາຊີບຂອງພວກເຮົາ, ພວກເຮົາຫວັງວ່າຈະໄດ້ຮັບການສະຫນັບສະຫນູນຢ່າງຕໍ່ເນື່ອງຈາກທ່ານ
ຮ່ວມກັນ, ພວກເຮົາຈະສືບຕໍ່ສ້າງຄວາມແຕກຕ່າງທີ່ມີຄວາມຫມາຍໃນຊີວິດຂອງຊຸມຊົນຄົນຫູຫນວກໃນລາວ. 💪✨
ຂໍຂອບໃຈອີກເທື່ອໜຶ່ງສຳລັບການສະໜັບສະໜຸນຢ່າງບໍ່ຢຸດຢັ້ງຂອງທ່ານ, ແລະຂໍໃຫ້ສືບຕໍ່ປະສົບຜົນສຳເລັດໄປພ້ອມໆກັນ!

🌟 Exciting News from Hands of Hope! 🌟

Since 2016, the Hands of Hope Education Center for the Hearing Impaired has been dedicated to empowering the deaf community. Over the years, we’ve grown and achieved so much together. Last year, we reached a major milestone by opening the first private school for the deaf, providing specialized education tailored to their needs. 🎓

We’re excited to announce our transformation into the Hands of Hope Vocational Training Center for the Deaf. This change reflects our expanded mission to provide both quality education and essential vocational skills, empowering deaf individuals for a brighter future. 🙌

We want to extend a heartfelt thank you to everyone who has supported us along the way. Your encouragement and involvement have been crucial to our journey. As we continue to run the Hands of Hope School for the Deaf and expand our vocational training programs, we look forward to your continued support in this new chapter. Together, we will keep making a meaningful difference in the lives of the deaf community in Laos. 💪✨

Thank you once again for your unwavering support, and let’s continue to achieve great things together!

ມື້ນີ້ແມ່ນມື້ທຳອິດທີ່ລູກໆຂອງຄົນຫູໜວກຈາກສູນມືແຫ່ງຄວາມຫວັງ ໄດ້ຮັບໂອກາດດີໆໃນການເຂົ້າຮຽນທີ່ໂຮງຮຽນບຸບຜາທິບແຫ່ງນີ້ໃນມື້ນີ້ 🎒✨ ...
28/04/2025

ມື້ນີ້ແມ່ນມື້ທຳອິດທີ່ລູກໆຂອງຄົນຫູໜວກຈາກສູນມືແຫ່ງຄວາມຫວັງ ໄດ້ຮັບໂອກາດດີໆໃນການເຂົ້າຮຽນທີ່ໂຮງຮຽນບຸບຜາທິບແຫ່ງນີ້ໃນມື້ນີ້ 🎒✨ ຂອບໃຈຈາກໃຈທີ່ໂຮງຮຽນໄດ້ໃຫ້ການສະໜັບສະໜຸນ ແລະໃຫ້ໂອກາດລູກໆຂອງພວກເຮົາໃຫ້ໄດ້ຮຽນຮູ້ ແລະເຕີບໃຫຍ່ຄຽງຄູ່ກັບໝູ່ໆໄດ້ແບບມີສ່ວນຮ່ວມ📚❤️ ການສະໜັບສະໜຸນເດັກໆເຫຼົ່ານີ້ ບໍ່ແມ່ນແຕ່ການໃຫ້ການສຶກສາເທົ່ານັ້ນ ແຕ່ແມ່ນການມອບອະນາຄົດທີ່ສະວ່າງສົດໄສໃຫ້ກັບພວກເຂົາ ✨ 🤝❤️ ໂຮງຮຽນບຸບຜາທິບ

08/11/2024

ສູນມືແຫ່ງຄວາມຫວັງພວກເຮົາຮູ້ສຶກດີໃຈ ແລະ ຕື່ນເຕັ້ນທີ່ຈະໄດ້ແບ່ງປັນວິດີໂອກ່ຽວກັບຄູໂສ ເຊິ່ງເປັນວິດີໂອທີ່ເວົ້າເຖິງປະສົບການ,ເລື່ອງເລົ່າຈຸດເລິ່ມຕົ້ນຂອງຄູໂສອັນເປັນແຮງບັນດານໃຈທີ່ຢາກຊ່ວຍເຫຼືອຄົນຫູໜວກ. ຜ່ານ​ການ​ທຸ້ມເທ ​ແລະ ຄວາມ​ຕັ້ງໃຈທີ່ບໍ່ເຄີຍຫຍໍ້ທໍ້, ວິດີໂອນີ້ຄູ​ໂສ ​ໄດ້​ເປີດ​ປະຕູ​ໃຫ້​ແກ່ຊຸມຊົນຄົນ​ຫູ​ໜວກ​ໃນ​ລາວ, ​ເປີດ​ໂອກາດ​ທາງ​ດ້ານ​ການ​ສຶກສາ ​ແລະ ສະໜັບສະໜູນ​ສິດທິ​ຂອງ​ເຂົາ​ເຈົ້າ.

ວີດີໂອນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສິ່ງທ້າທາຍທີ່ຄູໂສໄດ້ພົບເທົ່ານັ້ນ ແຕ່ຍັງເປັນການເດີນທາງອັນລຳບາກແລະພົບກັບອຸປະສັກຫລາຍຢ່າງ ໃນການສ້າງຄວາມເຂົ້າໃຈໃນຄວາມແຕກຕ່າງອັນເລິກເຊິ່ງໃນຊີວິດຂອງຫຼາຍໆຄົນ. ຄວາມ​ພະ​ຍາ​ຍາມ​ຂອງ​ຄູໂສໄດ້​ເຮັດ​ໃຫ້​ຄົນ​ຫູ​ໜວກ​ນັບ​ບໍ່​ຖ້ວນ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ ແລະ​ເຮັດໃຫ້ມີການຍອມຮັບ​ໃນ​ສັງ​ຄົມຫລາຍຂຶ້ນ.

ຂໍຂອບໃຈຄູໂສ ສຳລັບການເລີ່ມຕົ້ນຕັ້ງແຕ່2016 ເປັນຕົ້ນມາ ເຮັດໃຫ້ ສູນມືແຫ່ງຄວາມຫວັງ ແລະໂຮງຮຽນມືແຫ່ງຄວາມຫວັງ ປະສົບຜົນສຳເລັດຈົນເຖິງທຸກມື້ນີ້.
ພິເສດຂອບໃຈ @ສານຫຼວງ ທີ່ຊ່ວຍເປັນກະບອກສຽງໃຫ໊ສັງຄົມໄດ້ຮູ້ແລະເຂົ້າໃຈໂລກຂອງຄົນຫູຫນວກຫລາຍຍິ່ງຂຶ້ນ.

ຖ້າຫາກວ່າທ່ານໃດສົນໃຈຢາກເຂົ້າມາຢ້ຽມຍາມໂຮງຮຽນຢາກມາເຮັດກິດຈະກຳກັບນ້ອງໆຫຼືຢາກມາບໍລິຈາກສາມາດຕິດຕໍ່ຫາທາງເຮົາໂດຍກົງໄດ້ທີ່ເບີ:02055526631 (ສູນມືແຫ່ງຄວາມຫວັງ)

Address

ບ້ານ ຫນອງບົວ ເມືອງ ໄຊທານີ
ເມືອງ ໄຊທານີ
13579

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Telephone

+8562055526631

Website

Alerts

Be the first to know and let us send you an email when ສູນຝຶກວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ Hands Of Hope Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share